مَا مَعِي وَجَهْ قَابِل بِهْ سِوَى حُسُنْ ظَنِّي
ຂ້ອຍບໍ່ມີສິ່ງໃດຈະມາຜະເຊີນໜ້າກັບເຈົ້າ ນອກຈາກຄວາມຫວັງອັນດີຂອງຂ້ອຍທີ່ມີຕໍ່ເຈົ້າ
Lo
مَا مَعِي وَجَهْ قَابِل بِهْ سِوَى حُسُنْ ظَنِّي
فِيكْ يَا رَبِّ فَارْحَمْنِي وَلَا تَمْتَحِنِّي
ຂ້ານ້ອຍບໍ່ມີສິ່ງໃດຈະຜະເຊີນໜ້າກັບພຣະອົງ ນອກຈາກຄວາມຫວັງອັນດີງາມໃນພຣະອົງ
ສະນັ້ນ ໂອ້ ພຣະຜູ້ເປັນເຈົ້າ ຂໍຊົງເມດຕາຂ້ານ້ອຍ ແລະ ຢ່າໄດ້ທົດສອບຂ້ານ້ອຍເລີຍ
تُبْتْ يَا رَبِّ فَاقْبَلْ تَوْبَتِي وَاعْفُ عَنِّي
وَامْحُ ذَنْبِي وَسَامِحْ كُلَّ تَقْصِيرْ مِنِّي
ຂ້ານ້ອຍຂໍກັບຕົວສໍານຶກຜິດ ໂອ້ ພຣະຜູ້ເປັນເຈົ້າ ຂໍຊົງຍອມຮັບການກັບຕົວແລະອະໄພໃຫ້ຂ້ານ້ອຍ
ຂໍຊົງລຶບບາບ ແລະ ຍົກໂທດໃຫ້ທຸກຄວາມບົກຜ່ອງຂອງຂ້ານ້ອຍ
خِفِتْ مِنْ عَاقِبَةْ أَمْرِي فَجُدْ لِي بِأَمْنِي
مَحِضْ فَضْلٍ وَإِحْسَانٍ وَجُودٍ وَمَنِّ
ຂ້ານ້ອຍຫວາດຢ້ານຕໍ່ຜົນໃນບັ້ນປາຍ ຂໍຊົງປະທານຄວາມປອດໄພແກ່ຂ້ານ້ອຍດ້ວຍຄວາມກະລຸນາ
ດ້ວຍພະຄຸນ ຄວາມເມດຕາ ຄວາມເອື້ອເຟື້ອ ແລະ ຄວາມໂປດປານອັນແທ້ຈິງ
آه مِنْ عَثْرَتِي يَا رَبِّ مِنْهَا أَقِلْنِي
زَادْ ذَنْبِي وَمِنْ كُثْرِ الْخَطَا حَارْ ذِهْنِي
ໂອ້ ພຣະຜູ້ເປັນເຈົ້າ ຍ້ອນຄວາມຜິດພາດ ຂໍຊົງໂຜດຍົກຂ້ານ້ອຍໃຫ້ພົ້ນຈາກມັນ
ບາບຂອງຂ້ານ້ອຍໜັກໜາ ແລະ ຄວາມຜິດອັນມາກມາຍເຮັດໃຫ້ຈິດໃຈຂ້ານ້ອຍສັບສົນ
أَدْرِكْ أَدْرِكْ بِتَعْجِيلِ الْفَرَجْ وَانْتَقِدْنِي
وَاعْطِنِي عِلِمْ مِنْكَ يَا إِلَهِي لَدُنِّي
ຂໍຊົງຊ່ວຍເຫຼືອ ຂໍຊົງຊ່ວຍເຫຼືອ ຂໍຊົງເລັ່ງການປົດປ່ອຍແລະຊ່ວຍກູ້ຂ້ານ້ອຍ
ແລະ ຂໍຊົງປະທານຄວາມຮູ້ທີ່ມາຈາກພຣະອົງໂດຍກົງແກ່ຂ້ານ້ອຍ ໂອ້ ພຣະຜູ້ເປັນເຈົ້າ
يَنْجَلِي بِهْ عَنِ الْقَلْبِ الْصَّدِى كُلَّ رَيْنِ
ياَ سَمِيعَ الْدُّعَاءْ سَلْكَ اسْتَجِبْ وَاسْتَمِعْنِي
ເພື່ອໃຫ້ຂີ້ໝ້ຽງແລະມ່ານໝອກທັງປວງຖືກກໍາຈັດອອກຈາກຫົວໃຈ
ໂອ້ ພຣະຜູ້ຊົງສະດັບຮັບຟັງ ຂໍຊົງຕອບຮັບແລະຟັງຄໍາວິງວອນຂອງຂ້ານ້ອຍ
مَا لِي إِلَّا أَنْتَ مُعْطِي
مَا لِي إِلَّا أَنْتَ مُغْنِي
ຂ້ານ້ອຍບໍ່ມີໃຜນອກຈາກພຣະອົງທີ່ຈະເປັນຜູ້ປະທານໃຫ້
ຂ້ານ້ອຍບໍ່ມີໃຜນອກຈາກພຣະອົງທີ່ຈະສ້າງຄວາມຮັ່ງມີໃຫ້ແກ່ຂ້ານ້ອຍ