أَلْفٍ صَلَّى الله عَلَى زَيْنِ الْوُجُودْ
ພັນພອນຈາກອັລລໍຮ໌ຈົ່ງມີແດ່ຄວາມງົດງາມແຫ່ງການຄົງຢູ່
Lo
أَلْفٍ صَلَّى الله عَلَى زَيْنِ الْوُجُودْ
مَنْ سَكَنْ طَيْبَة وَخَيَّمْ في زَرُودْ
ຂໍພອນນັບພັນຈາກພຣະອົງຈົ່ງມີແກ່ຜູ້ທີ່ງົດງາມທີ່ສຸດໃນສາກົນລະໂລກ
ຜູ້ທີ່ປະທັບຢູ່ເມືອງໄຕບາ ແລະ ຕັ້ງຄ້າຍພັກແຮມໃນຊາຣູດ
يَا بُدُورَ الْحَيِّ يَا رَبْعَ الْكِرَامْ
بَلِّغُو ظَبْيَ الْحِمَى مِنِّي السَّلَامْ
ໂອ້ ເຫຼົ່າດວງເດືອນເພັງຂອງຊຸມຊົນ ໂອ້ ທີ່ພັກອາໄສຂອງຜູ້ມີກຽດ
ຈົ່ງນຳເອົາຄວາມຄິດຮອດຄິດເຖິງຈາກຂ້າພະເຈົ້າໄປສູ່ລະມັ່ງແຫ່ງເຂດສັກສິດ
إِنْ تَهَتَكْنَا عَلَيْكُمْ لَا نُلَامْ
غَلَبَ الْوَجْدُ عَلَيْنَا وَ الْغَرَامْ
ຫາກພວກເຮົາຕ້ອງມົວໝອງເພາະຄວາມຮັກທີ່ມີຕໍ່ທ່ານ ກໍຢ່າໄດ້ຕຳນິພວກເຮົາເລີຍ
ເພາະຄວາມຫຼົງໄຫຼ ແລະ ຄວາມສິເນຫາໄດ້ຄອບງຳພວກເຮົາແລ້ວ
لَا يَنَامُ اللَّيْلَ عَاشِقْ مُسْتَهَامْ
إِنَّمَا النَّومُ عَلَى الْعَاشِقْ حَرَامْ
ຄົນທີ່ຮັກຢ່າງສຸດຊຶ້ງຈະບໍ່ສາມາດຂົ່ມຕານອນໄດ້ໃນຍາມຄໍ່າຄືນ
ເພາະແທ້ຈິງແລ້ວ ການນອນຫຼັບເປັນສິ່ງຕ້ອງຫ້າມສຳລັບຜູ້ທີ່ມີຄວາມຮັກ
سَادَتِي إِنْ لَمْ تَحِنُّو بِاللِّقَا
مِتُّ وَجْدًا فَلَكُمْ طُولُ الْبَقَاء
ໂອ້ ນາຍຂອງຂ້າພະເຈົ້າ ຫາກທ່ານບໍ່ເມດຕາປານີໃຫ້ພວກເຮົາໄດ້ພົບກັນ
ຂ້າພະເຈົ້າຄົງຕ້ອງຕາຍດ້ວຍຄວາມຄິດຮອດ ແລະ ຂໍໃຫ້ທ່ານຈົ່ງມີອາຍຸຍືນຍາວ
أَنَا إِنْ لَمْ أَهْوَا غِزْلَانَ النَّقَاء
أَيُّ فَرْقٍ بَيْنَ قَلْبِي وَ الْجَمَادْ
ຫາກຂ້າພະເຈົ້າບໍ່ໄດ້ຮັກເຫຼົ່າລະມັ່ງແຫ່ງແດນອັນບໍລິສຸດນາກໍ
ແລ້ວຫົວໃຈຂອງຂ້າພະເຈົ້າຈະແຕກຕ່າງຫຍັງກັບກ້ອນຫີນທີ່ໄຮ້ວິນຍານ
آنَسَ اللهُ بِكُمْ أَوْقَاتَنَا
وَسَقَى وَادِيكُمُ فَيْضَ الْغَمَامْ
ຂໍໃຫ້ພຣະອົງຊົງເຮັດໃຫ້ຊ່ວງເວລາຂອງພວກເຮົາມີຄວາມສຸກຍ້ອນພວກທ່ານ
ແລະ ຂໍໃຫ້ພຣະອົງຊົງປະທານຄວາມຊຸ່ມເຢັນແກ່ດິນແດນຂອງພວກທ່ານດັ່ງສາຍຝົນທີ່ຫຼັ່ງໄຫຼ