صَلَاةُ الْبَدْرِيَّة
ບົດສວດ ບັດຣີຢະ
Lo
صَلَاةُ اللّٰه سَلَامُ اللّٰه
عَلَىٰ طٰهٰ رَسُولِ اللّٰه
ພອນແຫ່ງອັລລໍ ແລະ ສັນຕິສຸກແຫ່ງອັລລໍ
ຈົ່ງມີແດ່ ຕໍຮາ ຣໍຊູລລຸນລໍ
صَلَاةُ اللّٰه سَلَامُ الله
عَلَىٰ يٰسٓ حَبِيبِ الله
ພອນແຫ່ງອັລລໍ ແລະ ສັນຕິສຸກແຫ່ງອັລລໍ
ຈົ່ງມີແດ່ ຍາຊີນ ຜູ້ເປັນທີ່ຮັກແຫ່ງອັລລໍ
تَوَسَّلْنَا بِبِسْمِ الله
وَبِالْهَادِي رَسُولِ الله
ພວກເຮົາຂໍວິງວອນດ້ວຍພຣະນາມແຫ່ງອັລລໍ
ແລະ ດ້ວຍທ່ານຜູ້ຊີ້ທາງ ຣໍຊູລລຸນລໍ
وَكُلِّ مُجَاهِدٍ لِلّٰه
بِأَهْلِ الْبَدْرِ يَا الله
ແລະ ດ້ວຍນັກຮົບທຸກທ່ານທີ່ເສຍສະຫຼະເພື່ອອັລລໍ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
إِلَهِي سَلِّمِ الْأُمَّةْ
مِنَ الْآفَاتِ وَالنِّقْمَةْ
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງປົກປ້ອງປະຊາຊາດ
ໃຫ້ພົ້ນຈາກໄພພິບັດ ແລະ ການລົງທັນ
وَمِنْ هَمٍّ وَمِنْ غُمَّةْ
بِأَهْلِ الْبَدْرِ يَا الله
ແລະ ໃຫ້ພົ້ນຈາກຄວາມກັງວົນ ແລະ ຄວາມໂສກເສົ້າ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
إِلَهِي نَجِّنَا وَاكْشِفْ
جَمِيعَ أَذِيَّةٍ وَاصْرِفْ
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງຊ່ວຍພວກເຮົາໃຫ້ລອດພົ້ນ ແລະ ຊົງເປີດເຜີຍ
ຄວາມທຸກທໍລະມານທັງປວງ ແລະ ຊົງປັດເປົ່າ
مَكَائِدَ الْعِدَا وَالْطُفْ
بِأَهْلِ الْبَدْرِ يَا الله
ກົນອຸບາຍຂອງເຫຼົ່າສັດຕູ ແລະ ຊົງເມດຕາ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
إِلَهِي نَفِّسِ الْكُرَبَا
مِنَ الْعَاصِينَ وَالْعَطْبَا
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງບັນເທົາຄວາມທຸກຍາກ
ຂອງເຫຼົ່າຜູ້ເຮັດບາບ ແລະ ຜູ້ທີ່ກຳລັງຈະຈິບຫາຍ
وَكُلِّ بَلِيَّةٍ وَوَبَا
بِأَهْلِ الْبَدْرِ يَا الله
ແລະ ທຸກໆ ຄວາມທຸກເຂັນ ແລະ ໂລກລະບາດ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
فَكَمْ مِنْ رَحْمَةٍ حَصَلَتْ
وَكَمْ مِنْ ذِلَّةٍ فَصَلَتْ
ເຫັນຫຼືບໍ່ ຄວາມເມດຕາຫຼວງຫຼາຍທີ່ໄດ້ບັງເກີດຂຶ້ນ
ແລະ ຄວາມຕໍ່າຕ້ອຍຫຼວງຫຼາຍທີ່ໄດ້ຖືກກຳຈັດໄປ
وَكَمْ مِنْ نِعْمَةٍ وَصَلَتْ
بِأَهْلِ الْبَدْرِ يَا الله
ແລະ ຄວາມຜາສຸກຫຼວງຫຼາຍທີ່ໄດ້ມາເຖິງ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
وَكَمْ أَغْنَيْتَ ذَا الْعُمْرِ
وَكَمْ أَوْلَيْتَ ذَا الْفَقْرِ
ພຣະອົງຊົງເຮັດໃຫ້ຜູ້ທີ່ມີຊີວິດນັ້ນຮັ່ງມີພຽງໃດ
ແລະ ພຣະອົງຊົງປະທານໃຫ້ແກ່ຜູ້ຍາກໄຮ້ພຽງໃດ
وَكَمْ عَافَيْتَ ذَا الْوِزْرِ
بِأَهْلِ الْبَدْرِ يَا الله
ແລະ ພຣະອົງຊົງອະໄພໃຫ້ແກ່ຜູ້ມີບາບພຽງໃດ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
لَقَدْ ضَاقَتْ عَلَى الْقَلْبِ
جَمِيعَ الْاَرْضِ مَعَ رَحْبِ
ແທ້ຈິງແລ້ວ ຫົວໃຈນີ້ຮູ້ສຶກຄັບແຄ້ນໃຈ
ເຖິງແມ່ນວ່າແຜ່ນດິນທັງໝົດຈະກວ້າງຂວາງພຽງໃດກໍຕາມ
فَانْجُ مِنَ الْبَلَا الصَّعْبِ
بِأَهْلِ الْبَدْرِ يَا الله
ຂໍຊົງໂຜດຊ່ວຍໃຫ້ລອດພົ້ນຈາກໄພພິບັດທີ່ໜັກໜ່ວງ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
أَتَيْنَا طَالِبِي الرِّفْقِ
وَجُلِّ الْخَيْرِ وَالسَّعْدِ
ພວກເຮົາໄດ້ມາຫາເພື່ອວິງວອນຂໍຄວາມອ່ອນໂຍນ
ແລະ ຂໍຄວາມດີງາມ ແລະ ຄວາມສຸກທັງປວງ
فَوَسِّعْ مِنْحَةَ الْأَيْدِي
بِأَهْلِ الْبَدْرِ يَا الله
ຂໍຊົງໂຜດປະທານຄວາມເມດຕາໃຫ້ກວ້າງຂວາງ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
فَلَا تَرْدُدْ مَعَ الْخَيْبَةْ
بَلِ اجْعَلْنَا عَلَى الطَّيْبَةْ
ຂໍຢ່າຊົງຂັບໄລ່ພວກເຮົາດ້ວຍຄວາມຜິດຫວັງ
ແຕ່ຂໍຊົງເຮັດໃຫ້ພວກເຮົາໄດ້ຢູ່ບົນຄວາມດີງາມ
أَيَا ذَا الْعِزِّ وَالْهَيْبَةْ
بِأَهْلِ الْبَدْرِ يَا الله
ໂອ້ ພຣະຜູ້ຊົງກຽດຕິຍົດ ແລະ ຊົງອຳນາດ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
وَإِنْ تَرْدُدْ فَمَنْ نَأْتِي
بِنَيْلِ جَمِيعِ حَاجَاتِي
ຫາກພຣະອົງຊົງປະຕິເສດ ແລ້ວພວກເຮົາຈະໄປຫາໃຜ
ເພື່ອໃຫ້ບັນລຸຄວາມຕ້ອງການທັງປວງຂອງພວກເຮົາ
أَيَا جَالِي الْمُلِمَّاتِ
بِأَهْلِ الْبَدْرِ يَا الله
ໂອ້ ພຣະຜູ້ຊົງປັດເປົ່າຄວາມທຸກຍາກລຳບາກ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
إِلَهِي أَغْفِرْ وَأَكْرِمْنَا
بِنَيْلِ مَطَالِبٍ مِنَّا
ຂ້າແດ່ພຣະຜູ້ເປັນເຈົ້າ ຂໍຊົງອະໄພ ແລະ ຊົງໃຫ້ກຽດພວກເຮົາ
ດ້ວຍການໃຫ້ພວກເຮົາບັນລຸສິ່ງທີ່ປາດຖະໜາ
وَدَفْعِ مَسَاءَةٍ عَنَّا
بِأَهْلِ الْبَدْرِ يَا اَللّٰه
ແລະ ຊົງປັດເປົ່າຄວາມຊົ່ວຮ້າຍອອກໄປຈາກພວກເຮົາ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
إِلَهِي أَنْتَ ذُو لُطْفٍ
وَ ذُو فَضْلٍ وَ ذُو عَطْفٍ
ຂ້າແດ່ພຣະຜູ້ເປັນເຈົ້າ ພຣະອົງຄືຜູ້ຊົງຄວາມອ່ອນໂຍນ
ຜູ້ຊົງຄວາມໂຜດປານ ແລະ ຜູ້ຊົງຄວາມເມດຕາ
وَكَمْ مِنْ كُرْبَةٍ تَنْفِي
بِأَهْلِ الْبَدْرِ يَا اَللّٰه
ແລະ ຄວາມທຸກຍາກຫຼາຍປານໃດທີ່ພຣະອົງຊົງຂຈັດໄປ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ
وَصَلِّ عَلَى النَّبِي الْبَرِّ
بِلَا عَدٍّ وَلَا حَصْرٍ
ຂໍຊົງປະທານພອນໃຫ້ແກ່ສາດສະດາຜູ້ຊົງຄຸນນະທຳ
ຢ່າງມາກມາຍມະຫາສານໂດຍບໍ່ມີການນັບ
وَآلِ سَادَةٍ غُرٍّ
بِأَهْلِ الْبَدْرِ يَا اَللّٰه
ແລະ ວົງວານຂອງເຫຼົ່ານາຍຜູ້ສະຫງ່າງາມ
ດ້ວຍບາຣະມີຂອງຊາວບາດ ໂອ້ ອັລລໍ