لِغَيْرِ جَمَالِكُمْ نَظَرِي حَرَامُ
ສາຍຕາຂອງຂ້ອຍເປັນສິ່ງຕ້ອງຫ້າມ ຫາກແນມເບິ່ງສິ່ງອື່ນນອກຈາກຄວາມງາມຂອງເຈົ້າ
Lo
لِغَيْرِ جَمَالِكُمْ نَظَرِي حَرَامُ
وَغَيْرُ كَلَامُكُمْ عِنْدِي كِلَامُ
ສາຍຕາຂອງຂ້າພະເຈົ້າທີ່ຈ້ອງເບິ່ງຄວາມງາມອື່ນນັ້ນເປັນສິ່ງຕ້ອງຫ້າມ
ແລະຄຳເວົ້າອື່ນນອກຈາກຄຳເວົ້າຂອງພວກທ່ານນັ້ນບໍ່ແມ່ນຄຳເວົ້າສຳລັບຂ້າພະເຈົ້າ
وَعُمْرُ الْنَّسْرِ مِنْكُمْ بَعْضُ يَوْمٍ
وَسَاعَةُ غَيْرِكُمْ عَامٌ فَعَامُ
ອາຍຸຂອງນົກອິນຊີທີ່ຢູ່ກັບພວກທ່ານເປັນພຽງບາງສ່ວນຂອງມື້
ແຕ່ຊົ່ວໂມງທີ່ຢູ່ກັບຜູ້ນື່ນນັ້ນຍາວນານດັ່ງປີແລ້ວປີເລົ່າ
وَصَبْرِي عَنْكُمُ شَيْءٌ مُحَالٌ
وَمَا لِي قَاتِلٌ إِلَّا الْفِطَامُ
ຄວາມອົດທົນຂອງຂ້າພະເຈົ້າທີ່ຈະຫ່າງຈາກພວກທ່ານນັ້ນເປັນໄປບໍ່ໄດ້
ແລະບໍ່ມີສິ່ງໃດຈະຂ້າຂ້າພະເຈົ້າໄດ້ ນອກຈາກການພັດພາກຈາກພວກທ່ານ
إِذَا عَايَنْتُكُمْ زَالَتْ هُمُومِيْ
وَإِنْ غِبْتُمْ دَنَا مِنِّيْ الْحِمَامُ
ເມື່ອຂ້າພະເຈົ້າໄດ້ເຫັນພວກທ່ານ ຄວາມທຸກກັງວົນຂອງຂ້າພະເຈົ້າກໍມະລາຍຫາຍໄປ
ແລະຫາກພວກທ່ານລັບຫາຍໄປ ຄວາມຕາຍກໍຄືບຄານເຂົ້າມາຫາຂ້າພະເຈົ້າ
أَوَدُّ بِأَنْ أَكُونَ لَكُمْ جَلِيسًا
وَتُنْصَبَ لِي بِرَبْعِكُمُ خِيَامُ
ຂ້າພະເຈົ້າປາດຖະໜາຢາກເປັນຜູ້ນັ່ງຮ່ວມວົງກັບພວກທ່ານ
ແລະຢາກໃຫ້ມີການຕັ້ງກະໂຈມໄວ້ໃຫ້ຂ້າພະເຈົ້າ ໃນສະຖານທີ່ພັກເຊົາຂອງພວກທ່ານ
فَدَاوُوا بِالْوِصَالِ مَرِيضَ هَجْرٍ
يَهِيمُ بِكُمْ إِذَا سَجَعَ الْحَمَامُ
ຈົ່ງປິ່ນປົວຜູ້ປ່ວຍຈາກການຖືກທອດຖິ້ມດ້ວຍການມາພົບພານ
ຜູ້ທີ່ຫຼົງໄຫຼໃນຕົວພວກທ່ານ ເມື່ອຍາມນົກເຂົາຂັນສຽງກັງວານ
حَدِيثُ غَرَامِهِ فِيكُمْ قَدِيمٌ
وَمَلْبَسُهُ مِنَ الْحُبِّ الْسِّقَامُ
ເລື່ອງລາວຄວາມຮັກຂອງເຂົາທີ່ມີຕໍ່ພວກທ່ານນັ້ນມີມາແຕ່ເກົ່າກ່ອນ
ແລະອາພອນທີ່ເຂົາສວມໃສ່ຈາກຄວາມຮັກນັ້ນຄືຄວາມເຈັບປ່ວຍທາງກາຍ
فَأَنْتُمْ فِي الْأُصُولِ أَجَلُّ أَصْلٍ
إِذَا شِئْتُمْ تَحَصَّلَ لِي الْمَرَامُ
ເພາະພວກທ່ານຄືຕົ້ນກຳເນີດທີ່ສູງສົ່ງທີ່ສຸດໃນບັນດາຕົ້ນກຳເນີດ
ຫາກພວກທ່ານມີເຈດຕະນາ ສິ່ງທີ່ຂ້າພະເຈົ້າໝາຍໝັ້ນກໍຈະບັນລຸຜົນ
بِكُمْ صَعْبُ الْأُمُورِ يَعُودُ سَهْلًا
فَبِالْإِحْسَانِ جُودُوا يَا كِرَامُ
ດ້ວຍພວກທ່ານ ສິ່ງທີ່ຍາກລຳບາກກໍກັບກາຍເປັນສິ່ງທີ່ງ່າຍດາຍ
ດັ່ງນັ້ນຈົ່ງປະທານຄວາມເມດຕາດ້ວຍຄວາມດີເຖີດ ໂອ້ ຜູ້ມີກຽດທັງຫຼາຍ
وَلَيْسَ سِوَاكُمُ لِلْجُودِ أَهْلًا
فَكَيْفَ نَزِيلُ سُوحِكُمُ يُضَامُ
ບໍ່ມີຜູ້ໃດເໝາະສົມກັບຄວາມເອື້ອເຟື້ອເພື່ອແຜ່ນອກຈາກພວກທ່ານ
ແລ້ວແຂກທີ່ມາພັກເຊົາໃນເຂດບ້ານຂອງພວກທ່ານຈະຖືກຂົ່ມເຫັງໄດ້ແນວໃດ